ໂໝດການອ່ານເຊິ່ງອອກແບບຮ່ວມກັບ ແລະ ເພື່ອຜູ້ທີ່ມີບັນຫາດ້ານການເບິ່ງເຫັນ, ພິການຕາ ແລະ ຄວາມບົກຜ່ອງໃນການອ່ານນີ້ຈະຊ່ວຍປັບປຸງປະສົບການການອ່ານໜ້າຈໍຂອງທ່ານໃຫ້ດີຂຶ້ນໂດຍເນັ້ນຄວາມຄົມຊັດທີ່ປັບແຕ່ງໄດ້, ຂະໜາດຂໍ້ຄວາມ, ການປ່ຽນຂໍ້ຄວາມເປັນສຽງເວົ້າ, ການຈັດໜ້າໃຫ້ເບິ່ງບໍ່ຮົກ ແລະ ປະເພດຟອນ. ເມື່ອດາວໂຫຼດແລ້ວ, ແອັບຈະເຊື່ອມເຂົ້າກັບການຕັ້ງຄ່າດ່ວນຂອງທ່ານ ແລະ ສາມາດເຂົ້າເຖິງໄດ້ຢ່າງງ່າຍດາຍໃນແອັບ ແລະ ໜ້າເວັບຕ່າງໆ.
ຄຳແນະນຳ:
ເພື່ອເລີ່ມຕົ້ນ:
1. ດາວໂຫຼດ ແລະ ຕິດຕັ້ງໂໝດການອ່ານຜ່ານ Play Store
2. ຊອກຫາໂໝດການອ່ານຢູ່ໂຮມສະກຣີນຂອງທ່ານແລ້ວແຕະເພື່ອເປີດມັນ
3. ອ່ານການສອນການນຳໃຊ້ ແລະ ລະບົບຈະປ່ຽນເສັ້ນທາງທ່ານໄປຫາການຕັ້ງຄ່າໃນຕອນທ້າຍ
4. ໃນການຕັ້ງຄ່າ, ໃຫ້ແຕະ “ໂໝດການອ່ານ” ແລະ ສະຫຼັບເປີດ “ທາງລັດໂໝດການອ່ານ” ເພື່ອອະນຸຍາດໃຫ້ໂໝດການອ່ານເຂົ້າເຖິງອຸປະກອນຂອງທ່ານ
5. ກະລຸນາເບິ່ງ https://support.google.com/accessibility/android/answer/7650693 ເພື່ອຕັ້ງຄ່າຈຸດເຂົ້າເຖິງອື່ນສຳລັບໂໝດການອ່ານ
ຄຸນສົມບັດຫຼັກ:
• ມຸມມອງການອ່ານແບບໂຟກັສ: ໂໝດການອ່ານມີສະພາບແວດລ້ອມການອ່ານທີ່ປັບແຕ່ງໄດ້ໂດຍເບິ່ງບໍ່ຮົກເພື່ອໃຫ້ເຂົ້າເຖິງເນື້ອຫາ ແລະ ໂຟກັສໄດ້ງ່າຍຂຶ້ນ
• ການປ່ຽນຂໍ້ຄວາມເປັນສຽງເວົ້າ: ໃຫ້ທ່ານຟັງການອ່ານເນື້ອຫາຜົນງານຂຽນອອກສຽງໄດ້ໂດຍການສຳຜັດປຸ່ມ. ໂດຍຈະມີສຽງຮູບແບບຍາວຄຸນນະພາບສູງໃຫ້ເລືອກ. ເຂົ້າເຖິງຕົວເລືອກການຄວບຄຸມສຽງເພື່ອເລື່ອນກັບຫຼັງ, ເລື່ອນໄປໜ້າ ແລະ ປ່ຽນຄວາມໄວຂອງການອ່ານໄດ້ຢ່າງງ່າຍດາຍໃນເວລາເດີນທາງ
• ປັບປະເພດ ແລະ ຂະໜາດຟອນ: ສະຫຼັບໄປມາລະຫວ່າງຂະໜາດ, ຮູບແບບ, ສີ ແລະ ໄລຍະຫ່າງລະຫວ່າງແຖວໄດ້ຢ່າງວ່ອງໄວເພື່ອປັບແຕ່ງສິ່ງທີ່ດີທີ່ສຸດສຳລັບຄວາມຕ້ອງການໃນການອ່ານຂອງທ່ານ
• ການເຂົ້າເຖິງດ່ວນ: ເມື່ອດາວໂຫຼດແລ້ວ, ໂໝດການອ່ານຈະເຊື່ອມເຂົ້າກັບສ່ວນຕິດຕໍ່ຂອງໂທລະສັບເພື່ອສິດເຂົ້າເຖິງທີ່ວ່ອງໄວ.
• ຮອງຮັບຫຼາຍພາສາ: ໂໝດການອ່ານຮອງຮັບພາສາອັງກິດ, ຝຣັ່ງ, ອິຕາລີ ແລະ ສະເປນ ໂດຍຈະມີພາສາເພີ່ມເຕີມນຳມາ
• ນຳໃຊ້ຮ່ວມກັບ Talkback: ໃຊ້ໂໝດການອ່ານໄດ້ຢ່າງງ່າຍດາຍໃນຂະນະທີ່ໃຊ້ໂປຣແກຣມອ່ານໜ້າຈໍຂອງທ່ານ.
• ອອກແບບໂດຍຄຳນຶງເຖິງຄວາມເປັນສ່ວນຕົວ: ບໍ່ມີການສົ່ງເນື້ອຫາອອກຈາກໂທລະສັບຂອງທ່ານເດັດຂາດ.
ເຂົ້າຮ່ວມ https://groups.google.com/forum/#!forum/accessible ເພື່ອສະແດງຄຳຕິຊົມ ແລະ ຮັບຂໍ້ມູນອັບເດດກ່ຽວກັບຜະລິດຕະພັນ.
ຂໍ້ກຳນົດ:
• ພ້ອມໃຫ້ນຳໃຊ້ໃນໂທລະສັບທີ່ໃຊ້ Android 9 ຂຶ້ນໄປ
• ຕອນນີ້ໂໝດການອ່ານຮອງຮັບພາສາອັງກິດ, ຝຣັ່ງ, ອິຕາລີ ແລະ ສະເປນ
ປະກາດກ່ຽວກັບສິດ���ະນຸຍາດ:
• ບໍລິການຊ່ວຍເຫຼືອພິເສດ: ເນື່ອງຈາກແອັບນີ້ແມ່ນບໍລິການຊ່ວຍເຫຼືອພິເສດ, ມັນຈຶ່ງສາມາດສັງເກດການດຳເນີນການ ແລະ ເນື້ອຫາໃນໜ້າຈໍຂອງທ່ານໄດ້.
ອັບເດດແລ້ວເມື່ອ
17 ຕ.ລ. 2023